วันพุธที่ 4 มกราคม พ.ศ. 2555

ການນັ່ງຂອງເຈົ້າບ່າວເຈົ້າສາວເວລາບາສີສູ່ຂວັນ

ກ່ອນຈະປະກອບພິທີບາສີ ສູ່ຂວັນແຕ່ງງານນັ້ນ ໃຫ້ເຈົ້າບ່າວເຈົ້າສາມານັ່ງຜິນໜ້າໄປຍັງທິດຣາສີຂອງວັນ ຈະເປັນມຸງຄຸນແກ່ຄູ່ຜົວເມັຍ.

ກ. ລາສີປະຈຳວັນ ເປັນດັ່ງນີ້:
- ວັນອາທິດ ຣາສີຢູ່ທິດປັດສິມ (ທິດຕາເວັນຕົກ)
- ວັນຈັນ ຣາສີຢູ່ທິດພາຍັບ.
- ວັນອັງຄານ ຣາສີຢູ່ທິດບົວຣະພາ (ຕາເວັນອອກ)
- ວັນພຸດ ຣາສີຢູ່ທິດຢູ່ທິດອຸດອນ (ທິດເໜືອ)
- ວັນພະຫັດ ຣາສີຢູ່ທິດຢູ່ທິດອີສານ (ຕາເວັນອອກສ່ຽງເໜືອ)
- ວັນສຸກ ຣາສີຢູ່ທິດຢູ່ທິດທັກຂິນ(ທິດໃຕ້)
- ວັນເສົາ ຣາສີຢູ່ທິດອາຄະເນ(ຕາເວັນຕົກສ່ຽງໃຕ້)

ເມື່ອນັ່ງແລ້ວໃຫ້ປະນົມມືໄປຍັງທິດຫົວໃຈເປັນຢູ່ ຖ້າບໍ່ຮູ້ໃຫ້ໝໍພອນບອກ ທິດຫົວໃຈເປັນຢູ່ປະຈຳທິດຕ່າງໆ ດັ່ງນີ້




- ວັນອາທິດ ຫົວໃຈເປັນຢູ່ທິດອຸດອນ
- ວັນຈັນ ຫົວໃຈເປັນຢູ່ທິດຫໍຣະດີ.
- ວັນອັງຄານ ຫົວໃຈເປັນຢູ່ທິດອີສານ
- ວັນພຸດ ຫົວໃຈເປັນຢູ່ທິດບົວຣະພາ
- ວັນພະຫັດ ຫົວໃຈເປັນຢູ່ທິດທິດອາຄະເນ
- ວັນສຸກ ຫົວໃຈເປັນຢູ່ທິດພາຍັບ
- ວັນເສົາ ຫົວໃຈເປັນຢູ່ທິດທິດທັກຂີນ


ວິທີຈື່ຈຳງ່າຍ ທິອຸ ຈັນຫໍ ຄານອີ ພຸດບູ ພະຫັດອາ ສຸກພາ ເສົາທັກ ໃຫ້ປະນົມມືໄປໃນທິດທາງຫົວໃຈເປັນຢູ່ ທຳໃຫ້ເກີດມຸງຄຸນແລ.

- ເມື່ອນັ່ງຖືກທີ່ ແລະປະນົມມືໄປໃນທິດທີ່ຖືກຕ້ອງແລ້ວ ໃຫ້ເອົາຄາຍບູຊາຄຣູຂອງໝໍພອນກ່ອນ, ໃນຄາຍນັ້ນ ມີທຽນຂັນຫ້າ, ຄຳໝາກ, ກອກຢາ ແລະເງິນຕາມສົມຄວນ, ແລ້ວໃຫ້ເຈົ້າໂຄດຂອງເຈົ້າບ່າວເຈົ້າສາວຄົນໃດຄົນ ໜຶ່ງທີ່ສຳຄັນ ຫຼືມີອາຍຸແກ່ກວ່າເອົາຝ້າຍໃນພາຂວັນມາຜູ້ແຂນພາມກ່ອນ ແລ້ວໝໍພອນຈຶ່ງໃຫ້ເຈົ້າບ່າວເຈົ້າສາວ ໃຕ້ທຽນພາຂວັນຂອງໃຜຂອງລາວ ແລ້ວຈຶ່ງເລີ່ມຕົ້ນບາສີຕໍ່ໄປ.
- ເມື່ອບາສີແລ້ວ ໝໍພອນຈະວ່າຄຳຝາຍເຫຼົ້າ ຫຼັງຈາກນັ້ນໃຫ້ໝໍພອນເອົາຝ້າຍຍອດພາຂວັນຂອງເຈົ້າບ່າວ ແລະເຈົ້າສາວມາຝັ້ນກັນຝ່າຍລະເສັ້ນແລ້ວໄປຜູກແຂນໃຫ້ເຈົ້າບ່າວກ່ອນ ແລ້ວຈຶ່ງຜູກໃຫ້ເຈົ້າສາວ ຕໍ່ຈາກນັ້ນ ຈຶ່ງໃຫ້ເຈົ້າໂຄດທັງສອງຝ່າຍຜູກແຂນໃຫ້ເຈົ້າບ່າວ ແລະເຈົ້າສາວ ຕາມດ້ວຍຍາດພີ່ນ້ອງທີ່ມາຮ່ວມງານບາສີສູ່ຂວັນ.

ຂໍ້ຫ້າມເວລາບາສີສູຂວັນ(ໃຫ້ຖືເປັນສຳຄັນ ຢ່າໃຈເບົາ ແລະຢ່າງຝ່າຝືນ)
໑. ເວລາໝໍພອນກຳລັງ ກ່າວຄຳພອນຍັງບໍ່ທັນຈົບນັ້ນ ຫ້າມບໍ່ໃຫ້ໃຜເອົາມືໄປຈັບພາຂວັນ ຫຼືຈັບເອົາຝ້າຍໃນພາ ຂວັນມາຜູກໃຫ້ເຈົ້າບ່າວ ແລະເຈົ້າສາວເດັດຂາດ.
໒. ເວລາຜູກແຂນໃຫ້ໝໍພອນຜູກແຂນເຈົ້າບ່າວກ່ອນ ແລ້ວຈຶ່ງຕາມດ້ວຍພໍ່ແມ່ນ ເຈົ້າໂຄດ ແລະທ່ານຜູ້ໃຫຍ່ ສ່ວນແຂກ ແລະຄົນອື່ນໆຫ້າມຜູກແຂນເຈົ້າບ່າວໝໍພອນ ແລະພໍ່ແມ່ເຈົ້າບ່າວເດັດຂາດ.
໓. ເວລາຜູກແຂນເຈົ້າບ່າວເຈົ້າສາວ ຫ້າມບໍ່ໃຫ້ເອົາຝ້າຍໃນພາຂວັນນັ້ນໄປຜູກຜູກໃຫ້ຄົນອື່ນເດັດຂາດ ຝ້າຍນັ້ນຜູກໄດ້ແຕ່ເຂີຍປອມ ຫຼືໃພ້ປອມເທົ່ານັ້ນ.

ຄຳເຕືອນ: (ສິ່ງທີ່ບໍ່ຄວນລືມ) ໝໍພອນ ຫຼືພໍ່ແມ່ເຈົ້າບ່າວ ເຈົ້າສາມຢ່າລືມຜູກແຂນໃຫ້ເຂີຍປອມ ແລະໃພ້ປອມເດັດຂາດ.

ไม่มีความคิดเห็น:

แสดงความคิดเห็น