วันพุธที่ 28 มีนาคม พ.ศ. 2555

ເວລາ ເທວະດາໃຫ້ຣືກທຳການມຸງຄຸນ (ບໍ່ວ່າເດືອນໃດ)

ເວລາ ເທວະດາໃຫ້ຣືກທຳການມຸງຄຸນ (ບໍ່ວ່າເດືອນໃດ)
ຄໍ່າຂ້າງຂຶ້ນ    ເນື້ອໃນຂອງຫ້ວງເວລາ ແລະເທວະດາໃຫ້ຣືກມຸງຄຸນ
ຂຶ້ນ ໑ ຄໍ່າ    ພຣະພຸດຕົກທີ່ມະຫາເສດຖີ ຫ້າມຢ່າໄປຄ້າຂາຍທາງບົກບໍ່ດີ, ໄປຄ້າຂາຍທາງເຮືອຈະໄດ້ລາບ ເພາະ ແມ່ໝ້າຍ, ໂອມສາວມາເປັນເມັຍດີ, ຄ້າຂາຍຊື້ສັດ ຊື້ລົດກວຽນຍວດຍານພາຫານະດີ, ຕັດຫຍິບ ນຸ່ງຜ້າ ໃໝ່ດີຈະໄດ້ລາບ ດ້ວຍຄົນດໍາແດງຕາເຫຼືອກແລ, ຫ້າມບໍ່ໃຫ້ໄປຫາຂຸນນາງທ້າວພຣະຍາ, ໂຊກດີຕົກ ແຕ່ເຊົ້າເຖົງບ່າຍ, ເຂົ້າວັດຟັງທຳຈຳສິນ ເຮັດບຸນເຮືອນດີແລ. ໂຊກຮ້າຍຕົກແຕ່ບ່າຍ ເຖິງໄກ່ຂັນ ແລະເທບພະຈອນຢູ່ຫົວໃຈແລ.
ຂຶ້ນ ໒ ຄໍ່າ    ພຣະອັງຄານຕົກໃນຫົນທາງ, ຫ້າມຢ່າທຳມຸງຄຸນໂອມສາວ ກ່າວເມັຍ ແລະປຸກຢ້າວເຮືອນບໍ່ດີຈະ ຕາຍຈາກ ແລະຖືກການຈິບຫາບ, ຫ້າມບໍ່ໃຫ້ຍ້າຍທີ່ໄປຄ້າຂາຍ ແລະໄປຫາຂຸນນາງ ແລະທ້າວພະ ຍາ ແລະຕັດເສື້ອຜ້ານຸ່ງຫົ່ມເຄື່ອງໃໝ່ ຫ້າມທັງມວນ, ໂຊກຮ້າຍຕົກແຕ່ເຊົ້າເຖິງບ່າຍ, ເຂົ້າວັດຟັງທຳຈຳສິນດີແລ, ໂຊກດີຕົກແຕ່ ບ່າຍເຖິງໄກ່ຂັນ ເທພະຈອນຢູ່ຕີນທັງສອງ.
ຂຶ້ນ ໓ ຄໍ່າ    ພຣະຈັນຕົກໃນປ່າໄມ້ທຸກແຫ່ງ ຫ້າມຢ່າທຳມຸງຄຸນກ່າວເມັຍສາວໂອມສາວມາເປັນເມັຍບໍ່ດີ, ຫ້າມຢ່າ ເຂົ້າປ່າຫາຟັນໄມ້, ຢ່າທວາຍຄ້າຊື້ງົວຄວາຍສັດ ໒ ຕີນ ໔ ຕີນບໍ່ດີ, ຊື້ຍວດຍານພາຫານະບໍ່ດີ, ດີທໍ່ໄປ ເຂົ້າກວານວ່າຄວາມແພ້ທ່ານ(ຊະນະທ່ານ) ຂຶ້ນເຮືອນໃໝ່ ແລະເປີດຮ້ານໃໝ່ ເຂົ້າວັດຟັງທຳຈຳສິນ ເຮັດບຸນເຮືອນດີແລ.
ຂຶ້ນ ໔ ຄໍ່າ    ພຣະອາທິດຕົກໃນແຜ່ນດິນທົ່ວທຸກຫົນແຫ່ງ, ຫ້າມຢ່າທວາຍຄ້າຊື້ງົວຄວາຍ, ຍວດຍານພາຫານະ, ຢ່າໄປວ່າຖ້ອຍຄວາມ, ດີທໍ່ທຳການມຸງຄຸນກ່າວເມັຍ, ປຸກເຮືອນຂຶ້ນເຮືອນ, ເປີດຮ້ານໃໝ່ ແລະໄປ ຫາຂຸນນາງດີ, ເຂົ້າວັດຟັງທຳຈຳສິນ ເຮັດບຸນເຮືອນດີແລ, ຢ່າຕັດຜ້າ ຫຍິບຜ້ານຸ່ງບໍ່ດີ, ໂຊກດີຕົກແຕ່ ເຊົ້າເຖິງບ່າຍ ໂຊກຮ້າຍຈົກແຕ່ບ່າຍເຖິງຮຸ່ງອະຣຸນ ຈອນຢູ່ຂາທັງສອງ.
ຂຶ້ນ ໕ ຄໍ່າ    ພຣະການຕົກຢູ່ໃນທ່ານໍ້າທຸກຫົນແຫ່ງ, ພຣະອາທິດສະເດັດລົງມາຢູ່ໃນອາກາດ, ຫ້າມຢ່າທຳມຸງຄຸນ ປຸກເຮືອນບໍ່ດີ ແລະກ່າວເມັຍບໍ່ດີ, ແລະຢ່າໄປຄ້າຂາຍທາງເຮືອບໍ່ດີ, ໄປຄ້າຂາຍທາງບົກດີ, ຕັດຜ້າ ຫຍິບຜ້ານຸ່ງໃໝ່ດີ, ເຂົ້າວັດຈໍາສິນດີ, ໂຊກຮ້າຍຕົກແຕ່ເຊົ້າເຖິງທ່ຽງ ໂຊກດີຕົກແຕ່ບ່າຍເຖິງທ່ຽງຄືນ ແລະຈອນຢູ່ທີ່ຂາ.
ຂຶ້ນ ໖ ຄໍ່າ    ພຣະການຕົກໃນແຜ່ນດີນ ຫ້າມບໍ່ໃຫ້ໄປຄ້າຂາຍທາງບົກບໍ່ດີ, ຊື້ສັດຄ້າຂາຍບໍ່ດີ, ຊື້ຍວດຍານພາຫາ ນະດີ ດີທໍ່ຍ້າຍເຮືອໄປຄ້າຂາຍດີ, ໄປຫາຂຸນນາງທ້າວພຣະຍາດີ, ໄປຫຍິບເສື້ອຜ້ານຸ່ງຫົ່ມດີ, ໂຊກດີ ຕົກແຕ່ເຊົ້າເຖິງທ່ຽງ ໂຊກຮ້າຍຕົກແຕ່ທ່ຽງເຖິງບ່າຍ ເຖິງທ່ຽງຄືນ ແລະເທພະຈອນຢູ່ໜ້າຜາກ.
ຂຶ້ນ ໗ ຄໍ່າ   
ຂຶ້ນ ໘ ຄໍ່າ   
ຂຶ້ນ ໙ ຄໍ່າ   
ຂຶ້ນ ໑໐ ຄໍ່າ   
ຂຶ້ນ ໑໑ ຄໍ່າ   
ຂຶ້ນ ໑໒ ຄໍ່າ   
ຂຶ້ນ ໑໓ ຄໍ່າ   
ຂຶ້ນ ໑໔ ຄໍ່າ   
ຂຶ້ນ ໑໕ ຄໍ່າ   

วันอังคารที่ 6 มีนาคม พ.ศ. 2555

ເຂົາວ່າປີມະໂຣງ ຂື້ນເຮືອນ ປຸກເຮຶອນ ແຕ່ງງານບໍ່ໄດ້ ?


ເຂົາວ່າປີມະໂຣງ ຂື້ນເຮືອນ ປຸກເຮຶອນ ແຕ່ງງານບໍ່ໄດ້  ?
-         ປີນີ້ປີມະໂຣງ ປີນີ້ຖືວ່າມາແປກ ມີການຊ່າລືກັນວ່າ ຫ້າມຂຶ້ນເຮືອນໃໝ່, ຫ້າມແຕ່ງງານ, ຫ້າມສຳມະປີ ສຳມະມິ, ຜູ້ຂຽນຟັງແລ້ວຄິດຫົວຂວັນ ການຄິດຫົວຂວັນຂອງຜູ້ຂຽນມີສອງຢ່າງ ຄື: ສັງເວດປະເທດຊາດບ້ານເມືອງ ທີ່ເກີດມີການເຊື່ອຖືກັນແບບບໍ່ມີຫຼັກລ້າຫຼັກການ ຫາກມີ ຄວາມເຊື່ອໄຮ້ວິທະຍາສາດ ໄຮ້ຂໍ້ມູນຫຼັກຖານເຊັ່ນນີ້ ບ້ານເມືອງຊິຢູ່ກັນຈັ່ງໃດ ?.
-         ໄລຍະ ໒ ເດືອນຜ່ານ ມີຄົນຫຼາຍກວ່າ ໑໐໐ ຄົນມາຫາມື້ຫາວັນ ແລະນິມົນໄປຂຶ້ນເຮືອນໃໝ່ ບາງຄົນກໍມາບອກວ່າ ຢາກກິນດອງກ່ອນປີໃໝ່ນີ້ ເລີຍຖາມເຂົາວ່າ:
-         (ພຣະອາຈານ) ເປັນຫຍັງຈຶ່ງຕ້ອງຂຶ້ນກ່ອນປີໃໝ່ ?
-         (ທ່ານເລົ່ານັ້ນລ້ວນແຕ່ຕອບເປັນສຽງດຽວກັນວ່າ) ເພາະວ່າບໍ່ຢາກຂຶ້ນປີມະໂຣງ ເຂົາວ່າປີ ມະໂຣງບໍ່ດີ.
-         (ພຣະອາຈານ) ວັນນີ້ເດືອນໃດ ? ຈັກຄໍ່າແລ້ວ,
-         (ທ່ານທັງຫຼາຍທີ່ມາຖາມຈະຕອບຕາມວັນເວລາທີ່ເຂົາຖາມ ວັນນີ້ກະມີຜູ້ຖາມ) ເຂົາຕອບວ່າ “ເດືອນ ໔ ຂຶ້ນ ໑໔ ຄໍ່າ”.
-         (ອາຈານ) ແມ່ອອກພໍ່ອອກ ຢ້ານປີມະໂຣງແມ່ນບໍ ?
-         (ທ່ານທັງຫຼາຍເລົ່ານັ້ນ ຈະຕອບເປັນສຽງດຽວກັບວ່າ) “ປີນີ້ຍັງເປັນປິເຖາະຢູ່”.
-         (ພຣະອາຈານ) ໃຜວ່າ ?
-         (ຫຼາຍທ່ານຈະຕອບວ່າ) “ເບິ່ງຕາມປະຕິທິນ”.
-         (ພຣະອາຈານ) ໄປກວດເບິ່ງປະຕິທິນ ກໍເຫັນວ່າເປັນປິເຖາະ (ສະແດງວ່າປະຕິທິນ ເຂົາກໍາ ນົດຜິດແລ້ວ) ແມ່ອອກເອີຍ (ວັນນີ້) ມັນເປັນປີມະໂຣງໄດ້ ໔ ເດືອນກັບ ໑໔ ວັນແລ້ວ.
-         (ທ່ານທັງຫຼາຍມັກຈະຖາມອາຈານຄືນວ່າ) ອາຈານຖືແບບໄທຍ໌ບໍ ?.
-         (ພຣະອາຈານຕອບ) ບໍ່ຖືແບບລາວ ຢາກຖາມທ່ານທັງຫຼາຍວ່າ ເຂົານັບຈຳນວນຕ່າງໆ ເຂົາເລີ່ມໃສມາ ?
-         (ຄົນທັງຫຼາຍມັກຈະຕອບວ່າ) ນັບແຕ່ ໑.
-         (ພຣະອາຈານ) ຫັ້ນແລ້ວ ເດືອນຈຽງ ຂຶ້ນໜຶ່ງຄໍ່ານັ້ນແລ້ວ ເປັນປີມະໂຣງ ໄລ່ຕາມປີລາວ ເພາະໃນປີໜຶ່ງໆ ຕ້ອງມີວັນ, ຕ້ອງມີເດືອນ ແລະປີ, ຄັນປີຄິດຕະສັງກາດເຂົາຈະນັບເອົາ ແຕ່ວັນທີ ໑ ເດືອນມັງກອນ ເປັນຕົ້ນປີຂອງປີນັ້ນໆ ແລະຈະສິ້ນສຸດຢູ່ວັນທີ ໓໑ ທັນວາສະເໝີ, ສ່ວນປີລາວ ເຂົາກໍນັບແຕ່ ຂຶ້ນ ໑ ຄໍ່າ ເດືອນຈຽງ ແລະສິ້ນສຸດຢູ່ດັບ ໑໕ ຄໍ່າເດືອນ ໑໒, ດ້ວຍເຫດນັ້ນປີມະໂຣງ ຈຶ່ງເຂົ້າແລ້ວມາຮອດວັນນີ້ ກໍນັບໄດ້ ໔ ເດືອນກັບ ໑໔ ວັນ.
-         (ຄົນທັງຫຼາຍມັກຈະຖາມວ່າ) ບໍ່ແມ່ນນັບເດືອນ ໕ ບໍ ?
-         (ພຣະອາຈານ) ມີທີ່ໃດ ເຂົານັບເລີ່ມຕົ້ນແຕ່ເລກ ໕.
-         (ຄົນທັງຫຼາຍມັກຈະຖາມຍ້ອນກັບ) ເຂົາວ່າປ່ຽນປີໃໝ່ເດືອນ ໕.
-         (ພຣະອາຈານ) ຄວາມຈິງປີໃໝ່ລາວ ແບບບູຮານກໍຂຶ້ນແຕ່ວັນທີ ໑ ເດືອນຈຽງ, ແຕ່ເຂົາມາ ສະຫຼອງສົງການກາງເດືອນ ໕ ຕາມແບບພາມຊື່, ເຫັນບໍ ໄທດຳ, ເຂົາຈຶ່ງວ່າກິນຈຽງ (ກິນ ເດືອນຈຽງ ຫຼືເດືອນ ໑) ຈີນ, ຫວຽດ ມົ້ງແລະອື່ນໆ, ນີ້ແລ້ວຈຶ່ງວ່າ ຖືງົມງວາຍ ອັນທີ່ວ່າງົມ ງວາຍເພາະບໍ່ເຊື່ອໂດຍເຫດ, ໂດຍຜົນ ຫາກຫຼັກຖານກົດເກນບໍໄດ້, ນັ່ງທັບປີມະໂຣງ ມາຕັ້ງ ໔ ເດືອນກວ່າ ຍັງຢ້ານປີມະໂຣງຢູ່ອີກຫຼື ?
-         (ມີບາງທ່ານກໍຖາມວ່າ) ຄັນຊັ້ນອາຈານບໍ່ຖືມື້ຖືວັນບໍ ?,
-         (ພຣະອາຈານ) ເຊື່ອ ແຕ່ບໍ່ງົມງວາຍ ຄວາມຈິງທາງພຸດທະສາສນາ ບໍ່ໃຫ້ຢືດຕິດກັບມາ ແຕ່ປະເພນີລາວມີ ອາຈານກະຖືຕາມບ້ານຕາມເມືອງ ແຕ່ເວລາເຮັດກໍຕັ້ງໃຈເຮັດດ້ວຍ ຄວາມຕັ້ງໃຈ ບໍ່ເຮັດເປັນ ພຽງຮູບແບບ, ທີ່ຈິງຜູ້ທີ່ເຊື່ອມື້ເຊື່ອວັນ ເຮົາກະບໍ່ຕິ, ຫາກເຊື່ອມີຫຼັກ ລ້າຫຼັກການ ແລະຕັງໃຈ ເຮັດ ແຕ່ເທົ່າທີ່ເຫັນເມືອ ໔ ເດືອນຜ່ານມານີ້ ຂຶ້ນເຮືອນໃໝ່ແທ້ໆ ແຕ່ບາງຄົນເຮືອນກະປູກບໍ່ ທັນແລ້ວ, ບາງຄົນກໍບໍ່ທັນມີຂັນໃດ ? ບາງຄົນຫຼັງຄາກະຍັງບໍ່ທັນ ຕັດພັດເຮັດບຸນຂຶ້ນເຮືອນ ແລ້ວ ອັນນີ້ຖືວ່າຖືຣືກ ຖືຍາມຜິດຕຳລາ ຄື ຖືໂດຍບໍ່ຢືດຕຳລາ.
-         ບາງຄົນປຸກເຮືອນໃໝ່ ຊ່າງກະຍັງບໍ່ທັນຫາ, ເຄື່ອງປຸກສ້າງກະຍັງບໍ່ທັນມີ ທຸກຢ່າງຍັງບໍ່ທັນ ພ້ອມ,
-         ບາງຄົນ ກິນດອງວ່າແຕ່ແມ່ນອອກໃໝ່ມາແລ້ວ ກິນດອງກັນຈາຣະຫວັ່ນ ບ້ານໜຶ່ງສອງສາມ ຄູ່ ບໍ່ຈັກເດືອນຄູ່ເດືອນຄີກ, ຄັນເບິ່ງຕາມວິທີເຮັດ ຄືຈັ່ງວ່າບໍ່ຖືຣືກ ຖືຍາມ ບາດມາເບິ່ງທາງ ກັບກັນຂ້າງແຮມ ພັດມິດງຽບ ບໍ່ເຮັດບຸນຫຍັງ, ບໍ່ກິນດອງ, ບໍ່ປຸກເຮືອນ, ຖາມວ່າເປັນຫຍັງໍບໍ່ ເອົາວັນແຮມ ໑໐໐ ສ່ວນ ໑໐໐ ມັກຈະຕອບວ່າ “ຢ້ານມັນແຮມ”.(ອັນນີ້ສະແດງວ່າ ເຊື່ອ ຖືຜິດ)
-         ຜົນສຸດທ້າຍ ຕອບວ່າ “ຂຶ້ນເອົາມື້ດີ” ການຄິດແບບນີ້ ກໍຖືວ່າຄິດຜິດ, ມື້ມັນຈະດີໄດ້ ກໍແມ່ນຄົນ ດີ ວຽກງານພ້ອມ ແຕ່ທີ່ເບິ່ງແລ້ວບໍ່ມີຫຍັງພ້ອມເລີຍ ໂດຍສະເພາະການຂຶ້ນເຮືອນໃໝ່ ອີຫຍັງກະບໍ່ແລ້ວ ພັດພາກັນຂຶ້ນເຮືອນ ເມືອວັນ ໑໑ ຄ່ຳຜ່ານມານີ້ ການຂຶ້ນເຮືອນໃໝ່ ມີເປັນ ສິບເປັນຊາວ, ການກິນດອງຍິ່ງມີຫຼວງຫຼາຍ.
-         ໑໑ ຄ່ຳຜ່ານມານີ້ ການຂຶ້ນເຮືອນໃໝ່ ການປຸກເຮືອນໃໝ່ຖືວ່າ “ເປັນມຸງຄຸນ” ທີ່ມັນບໍ່ເປັນມຸງ ຄົນ ເທົ່າທີ່ເຫັນແລ້ວ ແມ່ນວ່າເຮືອນຍັງບໍ່ທັນແລ້ວ ອັນນີ້ຣືກບໍ່ດີແນ່ນອນ, ສ່ວນການກິນດອງ ນັ້ນ ຖືວ່າ ບໍ່ດີເພາະຕົກ “ຫົວສູບຂາລົງ” ທ່ານວ່າ ເອົາກັນແລ້ວມັກຈະວິວາດຜິດຖຽງກັນ ຈົນໄດ້ປະຮ້າງ(ອັນນີ້ວ່າຕາມຕຳລາ) ວ່າຈະແມ່ນຫຼືບໍ່ແມ່ນກ​ໍໃຫ້ທ່ານທັງຫຼາຍສັງເກດໄປ.
-         ໃນແນວຄິດສ່ວນຕົວແລ້ວ ທ່ານຈະເຮັດວັນໃດກໍໄດ້ ຫາກຈະປະກອບບຸນພິທີ ທີ່ສຳຄັນໃຫ້ພ້ອມ ພຽງກັນ ແລະບໍ່ໃຫ້ມີຄວາມເຫັນຜິດເທົ່ານັ້ນ, ການຮີບປຸກເຮືອນ, ຂຶ້ນເຮືອ​ນ, ກິນດອງນີ້ ຟ້າວ ເຮັດຟ້າວທຳນັ້ນດີແລ້ວ ແຕ່ການທີ່ຖືວ່າຜິດນັ້ນ ຄື ໑. ເຮັດເອົາວັນດີ, ເຮັດເອົາມື້, ເຮັດເອົາ ປະເພນີ, ເພາະຄິດວ່າ ຫຼືມີຄົນບອກວ່າ “ປີມະໂຣງບໍ່ດີ” ອັນນີ້ ຖືວ່າຄິດຜິດ ປີໃດໆກະດີ ຫາກເຮົາດີ ແລະພ້ອມທຸກຢ່າງ.
-         ມີຄຳຕອບໃໝ່ອີກເມື່ອຖາມພວກທີ່ເຊື່ອແບບນັ້ນ ເຂົາຕອບວ່າ “ປີມະໂຣງ ມັນບໍ່ດີ ເພາະມັນເປັນ ໂຣງ”
-         ຮ່າໆໆໆໆໆໆໆໆໆໆໆໆໆ(ຜູ້ຂຽນຫົວ) ອັນນີ້ ຄືຜົນຜະຫຼີດທີ່ໄດ່ຈາກພາສາເສັຍ, ຈຶ່ງເຮັດໃຫ້ ວັດທະນະທຳເສັຍໄປດ້ວຍ, ບາດແລ້ວແນວທາງອັນຖືກຕ້ອງຂອງພັກ-ລັດຊິບໍ່ຕີຄວາມໝາຍ ຜິດໄປກວ່ານີ້ບໍ່ ຫາກປະຊາຊົນລາວຕີຄວາມໝາຍຂອງພາສາໄປຕາມອາຣົມແບບນີ້ ສົມຄວນ ແລ້ວບໍ ທີ່ຈະຕ້ອງເອົາຈິງເອົາຈັງກັບພາສາ ແລະອັກສອນໃຫ້ຂຶ້ນ, ເຮົາຈະເຫັນໄດ້ວ່າ ເສັຍພາສາ ເໝືອນເສັຍຊາດ, ດຽວນີ້ພາສາເຮົາເສັຍ, ວັດທະນະທັມ ແລະຄວາມເຊື່ອ ກໍເສັຍ ຫາກເຮົາເສັຍທັງພາສາ ແລະວັດທະນະທຳ ຄວາມເປັນເອກະລັກຊາດຈະຍັງຢູ່ບໍ ?