วันจันทร์ที่ 26 กันยายน พ.ศ. 2554

ເຜົາສົບກ​ໍຕ້ອງເລືອກວັນ

ວັນເຜົາສົບ ໃນປະເພນີລາວເໜືອ ຈົນຮອດລ້ານນາຊຽງໃໝ່ ແລະເມືອງຍອງ ພະມ້າ, ຄ້າຍຄຽງກັບລາວທາງໃຕ້.
  1. ຂ້າງຂຶ້ນ ຫ້າມເຜົາວັນຄູ່ ເຊັ່ນ 2, 4, 6, ດັ່ງນີ້.
  2. ຂ້າມແຮມ ຫ້າມເຜົາວັນຄີກ ເຊັ່ນ ວັນຄີກ ເຊັ່ນ 1, 3, 5 ດັ່ງນີ້.
  3. ວັນໃນສັບປະດາ ທ່ານຫ້າມເຜົາວັນສິນ ເພາະວັນສິນເປັນວັນບຳເພັງກຸສົນ ຫາກເຜົາສົບວັນນີ້ອາດໄໝ້ສັດຕາຍ ເປັນບາບໄດ້.
  4. ບໍ່ເຜົາສົບວັນພະຫັດ ດ້ວຍຖືວ່າເປັນວັນຄຣູ.
  5. ບໍ່ເຜົາສົບວັນສຸກ ເພາະຖືວ່າເຜົາສົບວັນສຸກ ໃຫ້ທຸກແກ່ຄົນເປັນ.
  6. ຕາຍວັນເສົາ, ຫ້າມເຜົາວັນອັງຄານ ແລະຫ້າມເຜົາກົງກັບວັນເກີດຂອງຜູ້ຕາຍ.

วันจันทร์ที่ 19 กันยายน พ.ศ. 2554

໑. ຄວາມໂຄງວັນຈົມ-ວັນຟູ

- ຈຽງສຸກຈັນ, ຍີ່ເສົາຄານ, ສາມແປດທີດພຸດ, ສີ່ເກົ້າຈັນ, ຫ້າສິບຄານສຸກ, ຫົກສິບເອັດພຸດເສົາ, ເຈັດສິບສອງພະຫັດທິດ.

- ໝາຍວ່າ:
ຈຽງ ຈົມສຸກ ຟູຈັນ
ຍີ່ ຈົມເສົາ ຟູຄານ
ສາມ-ແປດ ຈົມທິດ ຟູພຸດ
ສີ່-ເກົ້າ ຈົມຈັນ ຟູພະຫັດ
ຫ້າ-ສິບ ຈົມຄານ ຟູສຸກ
ຫົກ-ສິບເອັດ ຈົມພຸດ ຟູເສົາ
ເຈັດ-ສິບສອງ ຈົມພະຫັດ ຟູທິດ

ຄວາມໂຄງຕ່າງໆ(ຄາມໝາຍ)

- ປະເພນີບູຮານລາວ ຖືສະເໝີວ່າ ເວລາຈະທຳການມຸງຄຸນຕ່າງໆ ມີການປຸກເຮືອນ ຂຶ້ນເຮືອນໃໝ່ ແລະບາສີສູ່ ຂວັນເປັນຕົ້ນ, ໃຫ້້ເລືອກເອົາຣືກ, ຍາມ, ວັນ, ເດືອນເໝາະສົມ, ພ້ອມທັງຄົນຜູ້ທີ່ປະກອບກິດນັ້ນໆ ຕ້ອງພ້ອມພຽງກັນ, ອັນໜຶ່ງການຈັດການວຽກງານຕ່າງໆນັ້ນຕ້ອງພ້ອມພຽງສຳເລັດຮຽບຮ້ອຍແລ້ວຈຶ່ງປະກອ ບກິດຈະການຕ່າງໆ ຕົວຢ່າງ.
ກ. ກ່ອນຈະປຸກເຮືອນຕ້ອງກຽມດິນ, ກຽມເຄື່ອງເຮືອນ, ກຽມນາຍຊ່າງ ຫຼືສິ່ງອື່ນໃດໃຫ້ພ້ອມພຽງ ຈຶ່ງປະກອບໄດ້.
ຂ. ກ່ອນຈະທຳການຂຶ້ນເຮືອນໃໝ່ ເຮືອນຕ້ອງສ້າງສຳເລັດຮຽບຮ້ອຍດີ ຫຼືຢ່າງນ້ອຍຫາກສ້າງຍັງບໍ່ທັນສຳເລັດ ກໍໃຫ້ເຮືອນແລ້ວໄປແລ້ວ ໘໐/໑໐໐ ກໍຍັງດີອັນຈຶ່ງຂຶ້ນໄດ້ ແລະເວລາຂຶ້ນກໍບໍ່ຄວນຂຶ້ນເອົາຮີດ ໃຫ້ຂຶ້ນເປັນມຸງຄຸນ ຄື ເຮົາເປັນຊາວພຸດ ກໍຄວນເອົາພຣະພຸດທະສາສະໜານຳໜ້າ ຫາກເຮົາຈະຖືພຣາມ ຫຼືພຸດປະສົມກັນກໍໃຫ້ເຮັດ ໃຫ້ມັນແລ້ວຕອນມື້ຂຶ້ນນັ້ນໂລດ. 
ຄ. ຫຼືການບາສີສູ່ຂວັນ ເຈົ້າາພາບຕ້ອງກຽມຕົວໃຫ້ພ້ອມ ທັງກາຍທັງໃຈ ແລ້ວຈຶ່ງໄປຫານິມົນຄູບາອາຈານ ແລະບັນດິດນັກປາດປະຈຳບ້ານນັ້ນ ໃຫ້ເພິ່ນແນະນຳວິທີການຕ່າງໆ ໂດສະເພາະຣືກ, ຍາມ, ວັນ, ເດືອນ ປະກອບການມຸງຄຸນ.

ຣືກຍາມ

- ທາງພຣະພຸດທະສາສນາແທ້ໆ ຖືຣືກຖືຍາມ ແຕ່ບໍ່ໃຫ້ຄວາມສຳຄັນກັບຣືກກັບຍາມເທົ່າທີ່ຄວນ, ດັ່ງເຣົາຈະເຫັນໃນ ມຸງຄຸນສູດວ່າ "ສຸນັກຂັຕຕັງ ສຸມັງຄະລັງ" ດັ່ງນີ້ເປັນເຄົ້າ.
- ທາງພຸດທະສາສນາ ຖືວ່າການຈະທຳດີ ທຳມຸງຄຸນທຳໄດ້ທຸກເວລາ ວ່າແຕ່ຄິດຢາກທຳ ຄືທຳດຽວນີ້ກໍໄດ້ບຸນດຽວ ແຕ່ວ່າ ຢ່າງໃດກໍຕາມ ໃນທາງວັດທະນະທຳລາວ ເຊື່ອວ່າການທຳບຸນໃຫຍ່ໆເຊັ່ນ ບຸນແຈກເຂົ້າ, ງານດອງນັ້ນ ຕ້ອງໃຊ້ຄົນຫຼາຍ ຄວນຈະເຮັດຍາມແລ້ງ ບໍ່ຄວນເຮັດຍາມຝົນ ເພາະມັນມີອຸປະສັກຕ່າງໆ ອີກທາງໜຶ່ງກໍແມ່ນຍາມນາ ປະຊາຊົນລາວເຮົາເປັນຊາວກະສິກອນ ຈະມີຄວາມຫຍຸ້ງຍາກຍາມຍາດພີ່ນ້ອງມາຮ່ວມອະນຸໂມທະນາບຸນ.
(ລໍອ່ານບົດວິຈານຕໍ່ໄປ ຈົນຈົບ)