วันจันทร์ที่ 19 ธันวาคม พ.ศ. 2554

ວັນອຸບາດປະຈຳເດືອນ ບໍ່ຄວນທຳມຸງຄຸນ

- ທາງພຸດທະສາສນານັ້ນກ່າວວ່າ ຄົນຈະດີຫຼືຊົ່ວບໍ່ແມ່ນເປັນເພາະວັນ ເດືອນ ປີ ຫຼືຣືກງາມຍາມດີ ຫາກຄົນເຮົາ ເປັນຄົນດີ ແລະພຽບພ້ອມໄປດ້ວຍສັດທາ ສີລະ ຈາຄະ ແລະປັນຍາພ້ອມ ທີ່ຈະທຳດີໄດ້ທຸກໂອກາດ ພຸດທະ ສາສນາສອນວ່າ "ອະກາລີໂກ" ບໍ່ມີການບໍ່ມີເວລາ.

- ແຕ່ທາງວັດທະນະທັມລາວນັ້ນ ຖືຣືກ ຖືຍາມໃນການປະກອບພິທີກັມ ໃນວຽກງານວັດທະນະທັມສົມຄວນ ສະນັ້ນເມື່ອຈະເຮັດມຸງຄຸນໃດໆ ທ່ານຈຶ່ງຫາມື້ຫາວັນ ການຫາມື້ຫາວັນນັ້ນ ນອກຈາກບໍ່ໃຫ້ກົງກັບວັນຈົມແລ້ວ ຍັງຕ້ອງຫຼີກລຽງວັນອຸບາດຂອງເດືອນອີກ ດັ່ງນີ້.
- ວັນເຫຼົ່ານີ້ ບູຮານຖືວ່າເປັນວັນອຸບາດຂອງເດືອນ ທ່ານຫ້າມຣືກ, ແຕ່ປາກົດເຫັນທາງໄທຍ໌ມັກ ເຊັ່ນວັນ ໙-໙ ແລະເສົາຫ້າ ຄື ເດືອນຫ້າຂຶ້ນ ຫຼືແຮມ ເດືອນ ໕ ກົງກັນວັນເສົາ(໕) ຖືວ່າເປັນວັນກາລະກີນີຂອງປີ ກໍຟັງໄປ.(ປີນີ້ ພສ. 2534 ທາງໄທຍເຂົາເຮັດບຸນຊາດ ເລືອກວັນ ຂຶ້ນ 9 ຄໍ່າເດືອນ 9 ເມື່ອຟັງໄປຟັງມາ ເຂົາເຮົາບູນນີ້ແລ້ວ ກໍເກີດການຕີກັນເລີຍ ຄືການແຫ່ຂະບວນ ນຳມາເຊິ່ງການຍິງກັນຢູ່ຣາຊິປະສົງ ແລະອື່ນທົ່ວ ກທມ ປີນັ້ນ ບໍ່ຮູ້ວ່າຣືກຍາມໃຫ້ຜົນ ຫຼືອັງເອີນກັນແທ້)

- ການວ​ິເຄາະພາບສັນຍະລັກຂອງເສື້ອຝືນນີ້ (ທີ່ເຂົາທຳແຈກໃນບຸນຊາດ)
(ຊີ້ແຈງວັດຖຸປະສົງ: ບົດຂຽນນີ້ບໍ່ແມ່ນບໍ່ມີວັດຖຸປະສົງກ່າວຮ້າຍປ້າຍສີປະເທດເພື່ອນບ້ານ ພຽງແຕ່ຍົກຕົວຢ່າງ ສິ່ງທີ່ເຫັນ ມາແຍງເບິ່ງປະສົບການຈິງ ມາສັງລວມຕາມພື້ນຖານວັດທະນະທຳລາວ ເມື່ອໃຫ້ເຫັນວ່າວັນເຊັ່ນນີ້ ເປັນວັນດີຫຼືບໍ່ດີ ແລ້ວລາວເຮົາມາສຶກສາເປັນຕົວຢ່າງ ຖືເປັນການຖອດຖອນບົດຮຽນ)

ພິເຄາະສັນຍະລັກຂ້ອງເສື້ອ
໑. ເສື້ອສີດຳ: ເປັນສີແຫ່ງຄວາມມືດ ບູຮານວ່າອຸບາດ.
໒. ສັນຍະລັກຂອງຮູບ: ໃບໄມ້ທີ່ໃຊ້ເປັນສັນຍະລັກຂອງງານ ແມ່ມາແລເບິ່ງແລ້ວເຫັນວ່າເປັນໃບກັນຊາ ເປັນຕົ້ນໄມ້ປະເພດຄວາມືນເມົາ, ຢືດຕິດ, ເສບຕິດ, ໃຫ້ໂທດຫຼາຍກວ່າໃຫ້ຄຸນ.
໓. ຂຶ້ນ ໙ ຄ່ຳ ເດືອນ ໙ ຂອງເດືອນ ວັນນີ້ບູຮານລາວຖືກວ່າເປັນວັນອຸບາດ ວັນກາລະກີນີ.

- ຈິງຢູ່ພຣະພຸດທະສາສນາບໍ່ໃຫ້ຖືຣືກ ຖືຍາມ ແຕ່ຫາກປະກອບການອັນເປັນມຸງຄຸນ ກໍຕ້ອງໄດ້ຄຳນຶ່ງ ເຖິງຄວາມເອົາໃຈໃສ່ ແລະຕັ້ງໃຈແມ່ນໄດ້ບຸນແທ້ ແຕ່ເມື່ອເຫດ-ຜົນ ຫຼືມີເຫດດີປັດໄຈກໍດີ ສະນັ້ນຄົນລາວເຮົາ ຈະເຮັດຫຍັງທຳ ໃຫ້ຄຳນຶ່ງເຖິງຜົນດີຜົນເສັຍຂອງປະເທດຊາດ ພຸດທະສາສນາ ແລະວັດທະນະທຳ ໄວ້ແນ່ກໍຄົງຈະດີ ເພາະຄົນໃນສັງຄົມປະເທດເຮົາມີຫຼາຍກຸ່ມຄົນ, ຫຼາຍຄວາມເຊື່ອ ຕ້ອງເອົາໃຈໃສ່ໃຫ້ຄັກໆ
- ເພາະທຸກສິ່ງຈະດີ ຫຼືຊົ່ວມັນຂຶ້ນກັບຄົນທຳ ຫາກຄົນທຳດີ ທຸກຢ່າງຈະດີ ຫາກຄົນທຳບໍ່ດີວັນເດືອນປີກໍຊ່ວຍນຫຍັງບໍ່ໄດ້ເວັ້ນແຕ່ທຸກຄົນປະຕິບັດຕາມ ທຳຄຳສອນຂອງພຣະພຸດທະສາສນາເທົ່ານັ້ນ.

วันอาทิตย์ที่ 4 ธันวาคม พ.ศ. 2554

ວັນ, ເດືອນ, ປີ ການຫ້າມ ແລະອະນຸຍາດປຸກເຮືອນ


          ເຮືອນ ເປັນປະເພດເສນາສະນະເປັນໜຶ່ງໃນປັດໄຈ ໔ ຂອງມະນຸດ, ຄົນມີອາຫານ ການກິນ, ມີເຄື່ອງນຸ່ງຫົ່ມ, ມີສຸຂະພາບເຂັ້ມແຂງ ຄືຢາປົວພະຍາດ ເຖິງປານນັ້ນຫາກ ຍັງບໍ່ມີເຮືອນຢູ່ຖືວ່າຍັງບໍ່ມີຄວາມພາກພູມໃຈ, ເຖິງຖ້າຈະມີເຮືອນ ໑໐ ຊັ້ນ ແຕ່ຫາກເປັນ ເຮືອນຂອງເພິ່ນ ຢູ່ກໍບໍ່ເປັນສຸກ ນອນກໍບໍ່ເປັນສຸກ, ຄວາມສຸກທັງຫຼາຍທັງປວງເກີດຂຶ້ນທີ່ ເຮືອນ, ຫາກບໍ່ມີເຮືອນ ຄວາມອຸກອັ່ງທັ່ງທວງ, ຄວາມຫວາດລະແວງ ແລະບັນຫາອື່ນໆ ຈະຕາມມາ, ຫາກມີເຮືອນເປັນຂອງຕົນເອງແລ້ວຄວາມຮັກ ຄວາມອົບອຸ່ນ ຄວາມໂຊກ ລາບວາດສະໜາ ອັນຈະເກີດຕໍ່ການດຳຣົງຊີບກໍມີຂຶ້ນ ຄົນບູຮານວ່າ “ທຸກບໍ່ມີເສື້ອຜ້າ ຝາເຮືອນດີພໍລີ້ຢູ່ ທຸກບໍ່ມີເຂົ້າຢູ່ທ້ອງນອນລີ້ຢູ່ບໍ່ເປັນ” ເມື່ອເຮົາຟັງຄໍາບູຮານນີ້ແລ້ວ ເຮົາ ຈະເຫັນວ່າ “ເຮືອນສຳຄັນເປັນອັນດັບແຮກ ອາຫານການກິນ ເປັນອັນດັບສອງ ເສື້ອຜ້າ ເປັນອັນດັບສາ ແລ້ວຢາປົວພະຍາດເປັນສິ່ງສຸດທ້າຍ” ເຖິງຢ່າງໃດກໍຕາມປັດໄຈ ໔ ຢ່າງ ນີ້ລ້ວນແຕ່ມີຄວາມພົວພັນກັນ ດ້ວຍເຫດນັ້ນຄົນບູຮານຈຶ່ງໃຫ້ຄວາມສຳຄັນໃນປັດໄຈ ໔ ແຕ່ວ່າທີ່ອາໄສນີ້ ມັນມີຄວາມສຳຄັນໃນການຢູ່ອາໄສ ຫາກໃຜມີເຮືອນແລ້ວ ເຄື່ອງນຸ່ງກໍ ຫາງ່າຍ, ອາຫານກໍຫາງ່າຍ ຢ່າປົວພະຍາດກໍຫາງ່າຍ ເພາະເຮືອນມີຄວາສຳຄັນນີ້ແລ້ວ ຄົນລາວບູຮານຈຶ່ງຄວນເລືອກວັນ, ເດືອນ, ປີ ຖືກທັງທິດ, ຖືກທັງໂສຼກ, ຖືກທັງລັກສະນະ ໃຫ້ເໝາະສົມ ສະນັ້ນ ຄົນບູຮານຈຶ່ງສອນລູກຫຼານໄວ້ວ່າ “ຕັດຜົມ ຄິດຮອດຜົມປົ່ງ, ປຸກ ເຮືອນຜິດຄິດຮອດເຮືອນເພ, ເອົາເມັຍຜິດຄິດຮອດວັຣຕາຍ” ເພື່ອບໍ່ໃຫ້ຜິດທ່ານຈຶ່ງໃຫ້ ເຮັດໃຫ້ຖືກຕ້ອງຕາມປະເພນີບູຮານ.
            ໑. ປຸກເຮືອນວັນໃດດີ ? (ໝາຍເອົາວັນໃນສັບປະດາ)
            - ວັນອາທິດ : ທ່ານຫ້າມປຸກ ຄວາມອຸບາດຈັງໄຮຈະເກີດ ແກ່ເຈົ້າເຮືອນ.
            - ວັນຈັນ: ທ່ານວ່າປຸກໄດ້ ຈະມີລາບ ສັກກາລະຜ້າຜ່ອນທ່ອນສະໄປ ຈະບັງເກີດແກ່ເຈົ້າຂອງເຮືອນ.
            - ວັນອັງຄານ: ທ່ານຫ້າມປຸກ ຈະເກີດອັນຕລາຍຈາກໄຟ.
            - ວັນພຸດ: ທ່ານວ່າດີ ຈະມີລາບເປັນຂອງຂາວເຫຼືອງ.
            - ວັນພະຫັດ: ທ່ານວ່າດີ ຈົ່ງປຸກເຖີດຈະໄດ້ລາບ ແລະຄວາມສຸກເພີ່ມພູນທະວີ.
            - ວັນສຸກ: ທ່ານວ່າ ຫ້າມປຸກຈະມີທຸກ ແລະສຸກເທົ່າກັນແລ.
            - ວັນເສົາ: ທ່ານຫ້າປຸກເດັດຂາດ ຈະເກີດຖ້ອຍຄວາມ ມີຄົນບຽດບຽນ ແລະຈະມີເລື່ອງເດືອດຮ້ານໃຈ.
           
            ໒. ປຸກເຮືອນເດືອນໃດດີ(ໝາຍເຖິງເດືອນລາວ)
            - ເດືອນຈຽງ(ເດືອນ ໑) ທ່ານວ່າຈະທຳມາຄ້າຂຶ້ນ ຈະໄດ້ເປັນເສດຖີ ເພາະກິດຕະການຄ້ານັ້ນໆ.
            - ເດືອນຍີ່(ເດືອນສອງ) ທ່ານວ່າດີ ຈະມີສີຣິໃນການປ້ອງກັນສັດຕູທັງມວນ.
            - ເດືອນສາມ: ທ່ານຫ້າມປຸກ ຈະມີໄພ ສັດຕູບຽດບຽນ.
- ເດືອນສີ່: ທ່ານວ່າປຸກດີຈະມີລາບ ຈະມີຄວາມສຸກກາຍສະບາຍໃຈ.
            - ເດືອນຫ້າ: ທ່ານວ່າຈະເກີດຄວາມທຸກຮ້ອນໃຈ ບໍ່ສະບາຍໃຈ.
            - ເດືອນຫົກ: ທ່ານວ່າປະເສີດ ຈະສົ່ງຜົນໃຫ້ເງິນຄຳໃຫຼມາມາກມາຍກ່າຍກອງ.
            - ເດືອນເຈັດ: ທ່ານຫ້າມປຸກ ຈະເປັນອັນຕະລາຍແກ່ຊັບ ທີ່ຫາໄວ້ໄດ້ແລ້ວ ຈັກຖືກໂຈນລັກ ຫຼືໄຟໃໝ້.
            - ເດືອດແປດ: ທ່ານຫ້າມປຸກເຮືອນໃນເດືອນນີ້ ເງິຄຳທີ່ຫາໄວ້ແລ້ວ ຈະເກັບຮັກສາໄວ້ບໍ່ຢູ່ຄົງທີ່ແລ.
            - ເດືອນເກົ້າ: ທ່ານໃຫ້ຮີບເຮັ່ງປຸກເຮືອນ ຖ້າຮັບຣັດຖະການຈະໄດ້ຮັບປູນບຳເນັດ ລາງວັນ ຂຶ້ນຕຳແໜ່ງ ຖ້າບໍ່ໄດ້ເປັນລັດຖະການຈະຈະເລີນໃຫນການປະກອບສັມມາຊີບ.
            - ເດືອນສິບ: ທ່ານຫ້າມປຸກ ຈະໄດ້ຮັບອັນຕະລາຍໄດ້ໂທດທັນ ອາຍາແຜ່ນດິນ ແລະການເຈັບໄຂ້ໄດ້ປ່ວຍ.
            - ເດືອນສິບເອັດ-ສຶບສອງ: ທ່ານວ່າຄວນຮີບເຮັ່ງປຸກເຮືອນ ຈະໄດ້ມີເງິນຄຳກຳແກ້ວ ເສື້ອຜ້າອາພອນ ເງິນຄຳ  ຊ້າງມາງົວຄວາຍ ຂ້າທາດບໍລິວານແລ.
            ໓. ປຸກເຮືອນປີໃດດີ ? (ໝາຍເອົາປີລາວ)
          ໓.໑. ການປຸກເຮືອນ ປີໃດ ? ບູຮານລາວບໍ່ເຄີຍຫ້າມບໍ່ໃຫ້ປຸກ ແຕ່ອະນຸຍາດພຽງວ່າ ຫາກຈະປຸກປີໃດ ໃຫ້ທຳດັ່ງນີ້:

          - ປີຊວດ: ໃຫ້ເອົາກິ່ງໄມ້ຄູນ ມັດເສົດແລ້ວຈຶ່ງເອົາເສົາລົງຂຸມ ເປັນມຸງຄຸນແລ.
            - ປີສລູ: ໃຫ້ເອົາຜ້າຂະມາ ຫໍ່ກ້ວຍພັນປາຍເສົາ ເອົາງ່າຕູມ(ງ່າຕູຕັງ) ໓ ງ່າ ມາມັດເສົາ ຈຶ່ງຍົກເສົາລົງ ຂຸມດີແລ.
            - ປີຂານ: ໃຫ້ເອົາເຂົ້າໃສ່ກະໂທງ ໓ ອັນມາວາງໃສ່ເສົາ ແລ້ວເອົານຳ້ມາຫົດ ໓ ໂອ ຈຶ່ງຍົກເສົາດີແລ,
            - ປີເຖາະ: ໃຫ້ເອົາໃບໄມ້ແຄນ ໃບຫູດຫອມ ແລະຕົ້ນກ້ວຍມາມັດປາຍເສົາ ແລ້ວຈຶ່ງຍົກເສົາລົງ ຂຸມດີແລ.
            - ປີມະໂຣງ: ໃຫ້ເອົາຜ້າຫໍ່ໃບຫູດຫອມ ແລະກຳຍານພັນປາຍເສົາ ແລ້ວຈຶ່ງຍົກເສົາລົງ ຂຸມດີແລ.
            - ປີມະສິງ: ໃຫ້ເອົາໃບທອງ ໒ ງ່າ ຜູກປາຍເສົາ ເອົາເຂົ້າສຸກໃສ່ກະໂທງ ໓ ກະໂທງ, ທູບ ໓ ຄູ່, ທຽນ ໓ ຄູ່ ບຊາ ຈຶ່ງຍົກເສົາລົງຂຸມດີແລ.
            - ປີມຣມີ: ໃຫ້ເອົາໃບຂີ້ເຫຼັກ ໓ ງ່າ ກວາດແຕ່ປາຍເສົາລົງມາຈົນເຖິງຕົ້ນເສົາ ໓ ຫົນ ແລ້ວເອົານໍ້າຫົດປາຍເສົາ ໓ ໂອ ລໍຈັງຫວະໄກ່ຂັນ ຈຶ່ງຍົກເສົາລົງຂຸມມີໂຊກຊັຍແລ(ຖ້າບໍ່ມີໄກ່ຂັນໃຫ້ສົມມຸດເອົາ, ແກ້ໄຂຄວາມເຂົ້າໃຈ ການເລືອກຣືກ, ຍາມໃຫ້ເລືອກເອົາຕາມຣືກດີຂອງແຕ່ລະວັນ ທີ່ກຳນົດ ບໍ່ໄດ້ໝາຍວ່າຍາມກາງຄືນ ເພາະໄກ່ຂັນຍາມໃດກໍມີ)
            - ປີມະແມ: ໃຫ້ເອົາໃບເງິນ ໓ ໃບ ໃບໝາກຕົວຜູ້ ແລະໝາກຕົວແມ່ຢ່າງລະ ໓ ໃຍ ກ້ວຍສຸກ ໓ ໜ່ວຍ ອ້ອຍ ໓ ຂໍ້ ໃສ່ໃນຂຸມ ຈຶ່ງຍົກເສົາລົງ ຂຸມດີແລ.
            - ປີວອກ: ແລະປີລະກາ: ໃຫ້ເອົາທຽນ ໓ ເຫຼັ້ມ ໄປຜູກຕົ້ນເສົາທາງຫົວນອນ ຕົ້ນໃດກໍໄດ້ ຈຶ່ງຍົກເສົາລົງຂຸມ ຈຶ່ງຍົກເສົາລົງ ຂຸມດີແລ.
            - ປີຈໍ ແລະປີກຸນ: ໃຫ້ເອົາເຂົ້າຕອກ ໕ ດອກ, ໃບບົວບົກ ໕ ໃບ ຮອງຕົງຫົວເສົາໃນຫຼ່ມກ່ອນ ຈຶ່ງຍົກເສົາລົງ ຂຸມດີແລ.

* ໝາຍເຫດ: ເມື່ອເຖິງວັນປຸກສ້າງຈິງ ໃຫ້ໄປປຶກສານຳພຮະສົງຜູ້ຊຳນານອີກຄັ້ງ ເພື່ອເບິ່ງວັນຈົມ ວັນຟູ ວັນລົ່ມຫຼວງຕື່ມ,