วันอาทิตย์ที่ 9 ตุลาคม พ.ศ. 2554

ຕຳຣາຣືກຫົວຮຽງໝອນ

ຕຳຣາຣືກຫົວຮຽງໝອນ
ເດືອນໃດບໍ່ວ່າ ໃຫ້ນັບເອົາຕາມນີ້
ເດືອນໃດບໍ່ວ່າ ໃຫ້ນັບເອົາຕາມນີ້
ຄໍ່າ/ຂ້າງຂຶ້ນ
ຄ່ຳ/ຂ້າງແຮມ
ພຣະພຸດ ຕົກຫົວສູບຂາຂື້ນ ບໍ່ດີ
ພຣະເກດ ຕົກຫົນຊົນກັນ ບໍ່ດີ
ພຣະກຣານ ຕົກຫົວສຸບຂາລົງ ບໍ່ດີ
ພຣະຣາຫູ ຕົກຫົວຮຽງໝອນລົງ ບໍ່ດີ
ພຣະຈັນ ຕົກຫົວຮຽງໝອນຫົວລົງ ບໍ່ດີ
ພຣະເສົາ ຕີນຢັນຕີນກັນ ບໍ່ດີ
ພຣະອາທິດ ຕົກຫົວສູບຂາຂຶ້ນ ບໍ່ດີ
ພຣະສຸກ ຫົວຮຽງໝອນຂຶ້ນ ດີ
ພຣະກຣານ ຕົກຕີນຢັນຕີນກັນ ບໍ່ດີ
ພຣະປະຫັດ ຕົກຫົວຊົນຫົວກັນ ບໍ່ດີ
ພຣະເກຼດ ໝອນຮຽງໝອນຫົວຂຶ້ນ ດີ
ພຣະພຸດ ຕົກຫົວຊົນຫົວກັນ ບໍ່ດີ
ພຣະຣາຫູ ຫົວສຸບຂາຂຶ້ນ ບໍ່ດີ
ພຣະອັງຄານ ຕົກຫົວຮຽງໝອນຂຶ້ນ ດີ
ພຣະເສົາ ຫົວສຸບຂາຂຶ້ນ ບໍ່ດີ
ພຣະຈັນ ຕົກຫົວຊົນຫົວກັນ ບໍ່ດີ
ພຣະສຸກ ຕົກຫົວຊົນຫົວກັນ ບໍ່ດີ
ພຣະອາທີດ ຕົກຫົວຊົນຫົວກັນ ບໍ່ດີ
໑໐
ພຣະປະຫັດ ຫົວຮຽງໝອນຂຶ້ນ ດີ
໑໐
ພຣະກຣານ ຫົວຮຽງໝອນຫົວຂຶ້ນ ດີ
໑໑
ພຣະພຸດ ຕົກຫົວສຸບຂາຂຶ້ນ ບໍ່ດີ
໑໑
ພຣະເກດ ຫົວຊົນຫົວກັນ ບໍ່ດີ
໑໒
ພຣະອັງຄານ ຕົກຫົວຮຽງໝອນຫົວລົງ ບໍ່ດີ
໑໒
ພຣະຣາຫູ ຫົວຊົນຫົວກັນ ບໍ່ດີ
໑໓
ພຣະຈັນ ຫົວຮຽງໝອນຫົວຂຶ້ນ ດີ
໑໓
ພຣະເສົາ ຫົວຊົນຫົວກັນ ບໍ່ດີ
໑໔
ພຣະອາທິດ ຕົກຫົວຊົນຫົວກັນ ບໍ່ດີໜັກ
໑໔
ພຣະສຸກ ຕົກຫົວຮຽງໝອນຫົວຂຶ້ນ ດີໜັກ
໑໕
ພຣະກຣານ ຕົກຫົວສຸບຂາຂຶ້ນ ບໍ່ດີ
໑໕
ພຣະປະຫັດ ຫົວຊົນຫົວກັນ ບໍ່ດີ
ຂໍ້ສັງເກດ: ວັນຫົວຮຽງໝອນຂ້າງຂຶ້ນ ມີ ໓ ວັນ ຄື ວັນ ໖, ໑໐, ໑໓ ຄ່ຳ. (ນອກນີ້ຫ້າມ)
ຂໍ້ສັງເກດ: ວັນຫົວຮຽງໝອນຂ້າງແຮມ ມີ ໔ ວັນ ຄື ວັນ ໔, ໗, ໑໐, ໑໔ ຄ່ຳ. (ນອກນີ້ຫ້າມ)
 ໝາຍເຫດ: 
໑. ນອກຈາກເບິ່ງວັນຫົວຮຽງໝອນແລ້ວ ໃຫ້ໄປເບິ່ງວັນຈົມ-ວັນຟູອີກ ຫາກຖືກວັນຈົມ ບໍ່ຄວນເອົາ ຫາກຖືກວັນຟູ ແລະວັນຟໍ່ໃຫ້ເລືອກ
໒. ການແຕ່ງງານ ນິຍົມແຕ່ງແຕ່ເດືອນຄູ່ ເດືອນຄິກບໍ່ນິຍົມ ແລະເຖິງເປັນເດືອນຄູ່ ຫາກເປັນຍາມກາງພັນສາກະບໍ່ ນິຍົມ, (ເວັ້ນເສັຍແຕ່ເຂດເມືອງຫຼວງພຣະບາງນິຍົມແຕ່ງເດືອນ ໙)​​​​

ຜົນຂອງວັນຕ່າງໆ ດັ່ງນີ້: 
(ວັນບໍ່ດີ ຫ້າມແຕ່ງງານ)
- ຫົວສຸບຂາຂຶ້ນ ບໍ່ດີ ຜູ້ຍິງຕາຍກ່ອນ.
- ຫົວສຸບຂາລົງ ບໍ່ດີ ຜູ້ຊາຍຕາຍກ່ອນ.
- ຫົວຊົນຫົວກັນ ບໍ່ດີ ຈະຮ້າງຈາກກັນ.
- ຕີນຢັນຕີນກັນ ບໍ່ດີ ຈະອອກລູກຍາກ.
- ຫົວຮຽງໝອນລົງ ບໍ່ດີ ເຫິງໄປຈະຮ້າງຈາກກັນ.
(ວັນດີ ອະນຸຍາດໃຫ້ແຕ່ງງານ)
- ຫົວຮຽງໝອນຫົວຂຶ້ນ ດີ ອະນຸຍາດໃຫ້ແຕ່ງງານເທິ້ນ ຢູ່ນຳກັນໝັ້ນຄົງ ອາຍຸຍືນ ຫາກຄູ່ຜົວເມັຍນັ້ນ ສົມພົງກັນດີ ກໍຈະເປັນດີຮັ່ງມີນໍາກັນຕະຫຼອດຊີວິດ.
- (ໄດ້ຈາກຕຳລາວໂຫຣາສາດຫຼວງພຣະຣາຊະວັງຫຼວງພຣະບາງ)

ຮຽບຮຽງໂດຍ: ພອຈ.ເນືອງພິລັກ ໂຊຕິທອນ


ไม่มีความคิดเห็น:

แสดงความคิดเห็น